ຄຳຖາມ ທີ່ຖືກຖາມ ເປັນປະຈຳ

ນິຕິກຳໃນເວັບໄຊນີ້ຖືວ່າເປັນສະບັບຫຼ້າສຸດແລ້ວບໍ?
ພວກເຮົາພະຍາຍາມຢ່າງສຸດຄວາມສາມາດໃນການເກັບກຳຂໍ້ມູນນິຕິກຳຕ່າງໆ ໃນຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ອັບເດດນິຕິກຳໃຫ້ທັນກັບສະພາບການຢູ່ສະເໝີ.
ບັນດານິຕິກຳທີ່ຢູ່ໃນເວັບໄຊນີ້ ມີຜົນສັກສິດທາງດ້ານກົດໝາຍ ຫຼືບໍ?
ນິຕິກຳທີ່ເອົາລົງເວັບໄຊນີ້ ແມ່ນນິຕິກຳທີ່ເປັນສະບັບທາງການ, ຢູ່ໃນຮູບແບບຂອງນິຕິກໍາທີ່ເປັນຮູບພາບ (Portable Document Format “PDF”)  ເນື້ອ ໃນຂອງເອກະສານທີ່ຢູ່ໃນຮູບແບບນີ້ເທົ່ານັ້ນ ທີ່​ມີ​ຜົນ​ທາງ​ດ້ານ​ກົດ​ໝາຍ.ຊຶ່ງຮູບແບບຂອງນິຕິກໍາທີ່ເປັນຮູບພາບນີ້ ແມ່ນເປັນເນື້ອໃນຕົ້ນສະບັບຂອງນິຕິກໍາ ທີ່ຖືກຮັບຮອງແລະ ປະກາດໃຊ້ ໂດຍຂະແໜງການອຸດສາຫະກຳ ແລະ ການຄ້າ.
ລາຍຊື່ນິຕິກຳທີ່ຢູ່ໃນເວັບໄຊນີ້ ແມ່ນສະແດງໃຫ້ເຫັນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ທີ່ໄດ້ປະກາດໃຊ້ແລ້ວ ແລະ ມີຜົນສັກສິດພາຍຫຼັງໄດ້ພິມເຜີຍແຜ່ລົງ ໃນຈົດໝາຍເຫດ ທາງລັດຖະການເປັນເວລາ 15 ວັນ.
ພວກເຮົາສາມາດ ຊອກຫານິຕິກຳຢ່າງງ່າຍດາຍໄດ້ແນວໃດ?
ທ່ານສາມາດເປີດເບິ່ງນິຕິກຳ, ພິມ ແລະ ບັນຈຸລົງ (download) ໃນຮູບແບບ PDF ໂດຍການກົດລົງບ່ອນເຊື່ອມຕໍ່. ນອກຈາກນັ້ນ ທ່ານຍັງສາມາດເປີດເບິ່ງນິຕິກຳຢູ່ໃນແຟ້ມ ທີ່ເປັນເອກະສານ (word text file) ຊຶ່ງສາມາດຄົ້ນຫາຂໍ້ມູນໄດ້ ແຕ່ວ່າເອກະສານທີ່ຢູ່ໃນຮູບແບບດັ່ງກ່າວນີ້ ແມ່ນສຳລັບໃຊ້ເປັນຂໍ້ມູນເທົ່ານັ້ນ.
ລາຍຊື່ນິຕິກຳ ແມ່ນຈັດລຽງຕາມວັນທີ ຊຶ່ງນິຕິກຳທີ່ຖືກພິມລົງຄັ້ງຫຼ້າສຸດ ຈະຢູ່ເທິງສຸດຂອງລາຍຊື່ນິຕິກໍາດັ່ງກ່າວ.
ການເຂົ້າເຖິງນິຕິກຳໃນເວບນີ້ ມີຄ່າໃຊ້ຈ່າຍຫຼື ບໍ?
ບັນ​ດາ​ກົດໝາຍ, ລະບຽບການ ແລະ ເອກະສານທາງດ້ານກົດໝາຍອື່ນໆ  ທີ່ປະກົດຢູ່ໃນເວັບໄຊນີ້ ສາມາດເຂົ້າ​ເຖິງ​ບັນ​ດາ​ນິ​ຕິ​ກຳ, ຂໍ້​ມູນ​ຂ່າວ​ສານ ໄດ້ໂດຍບໍ່ເສຍຄ່າ, ບໍ່​ຈຳ​ກັດ​ກຳ​ນົດ​ເວ​ລາ ແລະ ປະ​ເພດ​ຜູ້ໃຊ້​ບໍ​ລິ​ການ.

Do you have Question?

_

Please read questions bellow and if you can not find your answer, please send us your question, we will answer you as soon as possible.

ຖາມພວກເຮົາ